AR ລາວ: ແບບຈຳລອງ 3 ມິຕິ ແລະ ປ້າຍບອກທິດ
ໃຊ້ກ້ອງມືຖືໄດ້ສອງແບບ ເປີດໃນບຣາວເຊີໄດ້ທັນທີ ບໍ່ຕ້ອງລົງແອັບ
ແບບຈຳລອງ 3 ມິຕິ ວາງໃນພື້ນທີ່ແທ້ໄດ້
ເປີດແບບຈຳລອງ ໃຊ້ນິ້ວໝູນເບິ່ງ ແລ້ວກົດ “ວາງໃນພື້ນທີ່ແທ້” ແບບຈຳລອງຈະຕັ້ງຢູ່ເທິງພື້ນຕໍ່ໜ້າ (Android ໃຊ້ Chrome · iPhone/iPad ໃຊ້ Safari)
ພະທາດຫຼວງ
ພະທາດຫຼວງໃນສະພາບປັດຈຸບັນ ລານສາມຊັ້ນຢູ່ພາຍໃນລະບຽງ ມີທາດນ້ອຍ 30 ອົງອ້ອມລານຊັ້ນເທິງ ແລະ ອົງພະທາດປິດທອງສູງປະມານ 45 ແມັດ
ມາດຕາສ່ວນ 1:25
ວັດຊຽງທອງ
ສິມ ສ້າງປີ 1559–1560 ຫຼັງຄາຊ້ອນຫຼາຍຊັ້ນ ລາດຕໍ່າເກືອບຮອດພື້ນ ເປັນແບບສະຖາປັດຕະຍະກຳຫຼວງພະບາງ
ມາດຕາສ່ວນ 1:8
ປະຕູໄຊ
ປະຕູໄຊ ຢູ່ຖະໜົນລ້ານຊ້າງ ສ້າງລະຫວ່າງປີ 1957–1968 ດ້ານລຸ່ມເປັນໂຂງສີ່ດ້ານ ດ້ານເທິງມີລານຊົມວິວ ແລະ ຍອດຫ້າຍອດ
ມາດຕາສ່ວນ 1:16
ວັດພູ
ວັດໄຕ່ຂຶ້ນຕາມໄຫຼ່ພູເກົ້າ ທາງຍ່າງມີເສົາຫີນລຽງສອງຂ້າງ ອາຄານໃຫຍ່ສອງຫຼັງທີ່ເອີ້ນວ່າພະລາຊະວັງ ຂັ້ນໄດຂຶ້ນພູ ແລະ ປາສາດປະທານກ້ອງນ້ຳສັກສິດ (ແບບຫຍໍ້)
ມາດຕາສ່ວນ 1:60
ທົ່ງໄຫຫີນ
ໄຫຫີນແບບທີ່ແຫຼ່ງ 1 ຂະໜາດເທົ່າຂອງແທ້ ສ່ວນຫຼາຍສູງ 1–2,5 ແມັດ ສະກັດຂຶ້ນໃນຍຸກເຫຼັກ ກວ່າພັນປີກ່ອນ
ຂະໜາດເທົ່າແທ້
ຫໍພະແກ້ວ
ສ້າງປີ 1565 ເພື່ອປະດິດສະຖານພະແກ້ວມໍລະກົດ ເຊິ່ງຖືກນຳໄປສະຫຍາມໃນປີ 1779 ສ້າງຄືນໃໝ່ປີ 1936–1942 ປັດຈຸບັນເປັນຫໍພິພິທະພັນ
ມາດຕາສ່ວນ 1:9
ວັດສີສະເກດ
ສ້າງປີ 1818 ສະໄໝເຈົ້າອານຸວົງ ເປັນວັດເກົ່າແກ່ທີ່ສຸດທີ່ຍັງຄົງສະພາບເດີມໃນວຽງຈັນ ສິມຫຼັງຄາຊ້ອນຫ້າຊັ້ນ ຢູ່ກາງລະບຽງທີ່ມີພະພຸດທະຮູບນ້ອຍຫຼາຍພັນອົງ
ມາດຕາສ່ວນ 1:12
ພູສີ
ພູກາງເມືອງຫຼວງພະບາງ ສູງປະມານ 100 ແມັດ ເທິງຍອດມີທາດຈອມສີປິດທອງ
ມາດຕາສ່ວນ 1:60
ພິພິທະພັນພະລາດຊະວັງຫຼວງພະບາງ (ຫໍຄຳ)
ສ້າງປີ 1904 ສຳລັບເຈົ້າມະຫາຊີວິດສີສະຫວ່າງວົງ ປະສົມແບບຝຣັ່ງ ແລະ ລາວ ປັດຈຸບັນເປັນຫໍພິພິທະພັນແຫ່ງຊາດ (ແບບຫຍໍ້)
ມາດຕາສ່ວນ 1:12
ໄປທາງໃດ? ປ້າຍຊື່ລອຍຕາມທິດແທ້
ຫັນມືຖືໄປອ້ອມຕົວ ຊື່ສະຖານທີ່ໃນລາວຈະລອຍຢູ່ຕາມທິດແທ້ ພ້ອມໄລຍະທາງ ແຕະຊື່ເພື່ອຕັ້ງເປັນຈຸດໝາຍ ແລ້ວຍ່າງຕາມລູກສອນ ຖ້າຢູ່ໄກ ໂໝດສາທິດຈະໃຫ້ທ່ານຢືນຢູ່ບ່ອນທີ່ເລືອກ
ພາບຈາກກ້ອງ ແລະ ຕຳແໜ່ງໃຊ້ໃນເຄື່ອງນີ້ເທົ່ານັ້ນ ບໍ່ມີການສົ່ງອອກໄປບ່ອນໃດ ປິດ AR ແລ້ວກ້ອງຢຸດທັນທີ
FAQ
ຕ້ອງລົງແອັບບໍ
ບໍ່ຕ້ອງ ໜ້ານີ້ໃຊ້ງານໃນບຣາວເຊີ ຖ້າໃຊ້ເລື້ອຍໆ ກົດ “ເພີ່ມໃສ່ໜ້າຈໍຫຼັກ”
ໃຊ້ກັບມືຖືລຸ້ນໃດໄດ້
ປ້າຍບອກທິດໃຊ້ໄດ້ກັບມືຖືເກືອບທຸກລຸ້ນທີ່ມີກ້ອງ GPS ແລະ ເຂັມທິດ ສ່ວນການວາງແບບຈຳລອງ 3 ມິຕິ ຕ້ອງໃຊ້ Android ທີ່ຮອງຮັບ ARCore ຫຼື iPhone/iPad iOS 12 ຂຶ້ນໄປ
ເປັນຫຍັງປ້າຍຊື່ບໍ່ກົງຕຳແໜ່ງ
GPS ໃນມືຖືຄາດເຄື່ອນໄດ້ຫຼາຍແມັດ ແລະ ເຂັມທິດເພີ້ຍໄດ້ເມື່ອຢູ່ໃກ້ເຫຼັກ ຫຼື ລົດ ໃຫ້ໂບກມືຖືເປັນຮູບເລກ 8